ງານແຂ່ງຂັນເຮືອຊ່ວງ ປະເພນີ ປະຈຳປີ 2023 ທີ່ເມືອງປາກແບງ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ30 ກັນຍາຜ່ານມາ ທີ່ທ່າເຮືອປາກແບງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສຸກສະຫວັນ ທີວມະນີສຶງຮອງເຈົ້າເມືອງປາກແບງ. ເປັນກຽດເຂົ້າຮ່ວມມີທ່ານ ນາງ ຈັນສະໝອນ ທິບພະຫົງ ກຳມະການປະຈຳພັກແຂວງປະທານກວດກາພັກ-ລັດແຂວງ, ທ່ານ ຄໍາສະພອນ ໄຊຍະວົງ ເຈົ້າເມືອງປາກແບງພ້ອມດ້ວຍ ເຈົ້າເມືອງ, ຮອງເຈົ້າເມືອງ 7 ເມືອງ ແລະ ແຂກເຊີນ ຈາກບັນດາພະແນກການ, ອົງການຈັດຕັ້ງຂັ້ນແຂວງ, ເມືອງຕະຫຼອດຮອດນັກທຸລະກິດ ຜູ້ປະກອບການ ແລະ ສີພາຍເຮືອຊ່ວງຈາກບັນດາບ້ານອ້ອມຂ້າງເມືອງເຂົ້າຮ່ວມ.
ການຈັດການແຂ່ງຂັນຊ່ວງເຮືອປະເພນີ ຂອງເມືອງປາກແບງປະຈຳປີນີ້ ລວມມີທີມນັກກິລາເຂົ້າຮ່ວມທັງໝົດ 7 ທີມ ຊຶ່ງລວມມີ: ທີມບ້ານປາກແບງ1, ທີມບ້ານປາກແບງ2, ທີມບ້ານປາກເງີຍ1, ທີມບ້ານປາກເງີຍ2, ທີມກຸ່ມການເມືອງ, ທີມກຸ່ມວັດທະນະທໍາ ແລະ ທີມກຸ່ມເສດຖະກິດ. ມີເຮືອຊ່ວງທັງໝົດຈຳນວນ 6 ລໍາ, ລວມມີສີພາຍທັງໝົດ 294 ຄົນ. ຜ່ານການແຂ່ງຂັນຜົນປະກົດວ່າ: ທີມຊະນະເລີດ ໄດ້ແກ່ທີມ ບ້ານປາກເງີຍ 1 ໄດ້ຮັບລາງວັນເປັນເງິນສົດຈຳນວນ 6.000.000 ກີບ ພ້ອມດ້ວຍ ຂັນແຊັມ 1 ໜ່ວຍ ແລະ ຂັນຄອງອີກໜຶ່ງໜ່ວຍ, ທີ 2 ໄດ້ແກ່ທີມປາກແບງ 2 ໄດ້ຮັບເງິນສົດຈຳນວນ 5.000.000 ກີບ ພ້ອມຂັນ 1 ໜ່ວຍ, ທີ 3 ໄດ້ແກ່ ທີມບ້ານປາກເງີຍ 2 ໄດ້ຮັບເງິນສົດຈຳນວນ 4.000.000 ກີບ, ທີ 4 ໄດ້ແກ່ທີມປາກແບງ 1 ໄດ້ຮັບເງິນສົດ 3.000.000 ກີບ. ນອກນັ້ນ ແມ່ນໄດ້ຮັບລາງວັນຊົມເຊີຍທຮມລະ 2.000.000 ກີບ. ໃຫ້ກຽດມອບລາງວັນ ໂດຍແມ່ນຄະນະປະທານຈັດງານ ແລະ ການນຳຂອງເມືອງ.
ການແຂ່ງຂັນຊ່ວງເຮືອປະເພນີທີ່ເມືອງປາກແບງ ແຂວງອຸດົມໄຊ ແມ່ນໄດ້ຈັດຂຶ້ນໃນທ້າຍເດືອນກັນຍາຂອງທຸກໆປີ ຊຶ່ງກາຍເປັນປະເພນີທີ່ສໍາຄັນຂອງຊາວເມືອງປາກແບງທີ່ໄດ້ສືບທອດກັນມາແຕ່ດົນນານ ແລະ ເປັນເອກະລັກທາງດ້ານວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາມາແຕ່ບູຮານນະການ ເວົ້າລວມ ເວົ້າສະເພາະແມ່ນເມືອງປາກແບງ ແຂວງອຸດົມໄຊ, ທັງເປັນການສົ່ງເສີມທາງດ້ານກິລາກາຍະກຳ ເພື່ອສ້າງບັນຍາກາດເບີກບານມ່ວນຊື່ນ, ສ້າງຄວາມສາມັກຄີ ມິດຕະພາບອັນດູດດື່ມກັບຊັ້ນຄົນຕ່າງໆ ຕິດພັນກັບການຊຸກຍູ້, ສົ່ງເສີມ ວຽກງານການທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມເມືອງປາກແບ່ງນັບມື້ຫຼາຍຂຶ້ນເລື້ອຍໆ.
ຂ່າວ-ພາບ:ແສງອາທິດ

ຄໍາເຫັນ